ຝຶກອົບຮົມ ກ່ຽວກັບ ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າ ແລະ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ພະນັກງານປະຈໍາຫ້ອງການຄະ​ນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ


ໃນລະຫວ່າງວັນທີ 27 ມິຖຸນາ ຫາ 01 ກໍລະກົດ 2022 ທີ່ຫ້ອງປະ​ຊຸມ​ຂອງຄະ​ນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ເງື່ອນໄຂລະບຽບແຫຼ່ງກໍາເນີດສິນຄ້າ ແລະ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ພະນັກງານປະຈໍາຫ້ອງການຄະະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນເຂດເສດຖະກິດພິເສດຕາມການສະເໜີຂອງພາກສ່ວນດັ່ງກ່າວ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ທ່ານ ນາງ ລັດຕະນາ ອິນທະພົນ, ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ປອ ບຸນຍົງ ສູນທອນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈຳປາສັກ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 35 ທ່ານ.

          ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນ ເນັ້ນໜັກໃຫ້ເຈົ້າໜ້າທີ່ຫ້ອງການຄະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ຂອບສັນຍາຕ່າງໆ ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ເພື່ອຮັບປະກັນວຽກງານດັ່ງກ່າວຈະຖືກນຳໄປປະຕິບັດໃຫ້ສອດຄ່ອງກັບລະບຽບການທີ່ມີຢູ່ຂອງ ສປປ ລາວ ແລະ ສອດຄ່ອງກັບລະບຽບການຂອງບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ ກ່ອນການຈະໄດ້ຮັບມອບສິດໃຫ້ຈັດຕັ້ງປະຕິບັດການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ຊຶ່ງການມອບສິດໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຈໍາປາສັກ ເປັນຜູ້ອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ີໄດ້ຮັບສິດທິພິເສດແມ່ນເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການສົ່ງອອກຂອງຜູ້ປະກອບການທີ່ດຳເນີນທຸລະກິດຢູ່ພາຍໃນເຂດເສດຖະກິດພິເສດດັ່ງກ່າວ ໂດຍສອດຄ່ອງກັບນະໂຍບາຍວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຂອງລັດກຖະບານ ໂດຍສະເພາະແມ່ນຄໍາສັ່ງເລກທີ 12/ນຍ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກທາງດ້ານເສດຖະກິດ - ການເງິນ.

ຄະນະຄຸ້ມຄອງເຂດເສດຖະກິດພິເສດຂອງແຂວງຈຳປາສັກ ໄດ້ສ້າງຕັ້ງຂຶ້ນໃນທ້າຍປີ 2015 ໂດຍທັງໝົດມີ 04 ເຂດ ຊຶ່ງມີເນື້ອທີ່ໃນການພັດທະນາຕາມສັນຍາທັງໝົດຈໍານວນ 11,094 ເຮັກຕາ ລາຍລະອຽດມີຄື: ເຂດເສດຖະກິດພິເສດນິຄົມອຸດສາຫະກຳປາກເຊ - ຍີ່ປຸ່ນເອັສເອັມອີ,  ເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເຂດເສດຖະກິດພິເສດນິຄົມອຸດສາ ຫະກຳຈຳປາສັກລາວ-ບໍລິການ ແລະ ເຂດພັດທະນາເສດຖະກິດພິເສດວັງເຕົ່າ - ໂພນທອງ; ຊຶ່ງມີເນື້ອທີ່ພັດທະນາຈຳນວນ 195 ເຮັກຕາ, 9,846 ເຮັກຕາ, 800 ເຮັກຕາ, 253 ເຮັກຕາ ຕາມລໍາດັບ. ໃນນັ້ນ, ເຂດເສດຖະກິດພິເສດຂອງແຂວງຈຳປາສັກ ສາມາດດຶງດູດນັກລົງທຶນເຂົ້າການລົງທຶນທັງໝົດ 41 ບໍລິສັດ ໂດຍມີແຜນການລົງທຶນທັງໝົດ 1.861 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 516.8 ລ້ານໂດລາສະຫະລັດ ໂດຍໄດ້ມີການລົງທຶນຕົວຈິງໄປແລ້ວ 83.9 ລ້ານໂດລາສະຫະລັດ, ຜູ້ພັດທະນາ 60.1 ລ້ານໂດລາສະຫະລັດ ແລະ ຜູ້ລົງທຶນລາຍຍ່ອຍ 23.7 ລ້ານໂດລາສະຫະລັດ. ປະຈຸບັນເຂດຕ່າງໆໄດ້ມີການນໍາເຂົ້າວັດຖຸດິບຕ່າງໆ, ເຄື່ອງກົນຈັກ ແລະ ອຸປະກອນ ເພື່ອມາຮັບໃຊ້ໃນການຜະລິດ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ມູນຄ່າທັງໝົດ 36.1 ລ້ານໂດລາສະຫາລັດ ແລະ ສົ່ງອອກສິນຄ້າ ມູນຄ່າທັງໝົດ 30.5 ລ້ານໂດລະສະຫາລັດ ແລະ ສາມາດຈັດເກັບພັນທະເຂົ້າງົບປະມານຂອງລັດໄດ້ທັງໝົດ 2.8 ຕື້ກີບ; ສາມາດສ້າງວຽກ ເຮັດງານທຳໄດ້ ຈຳນວນ1,155 ຄົນ. ໃນນັ້ນມີແຮງງານລາວ 1,083 ຄົນ ແລະ ຕ່າງປະເທດ 72 ຄົນ.

ເພື່ອເປັນການຊຸກຍູ້, ສົ່ງເສີມ ແລະ ປະຕິບັດຕາມບັນດານິຕິກຳຂອງ ສປປ ລາວ ບົນພື້ນຖານຄວາມເຂົ້າໃຈ ແລະ ການຮ່ວມມືຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ໃນດ້ານການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລຍະ ຕ່າງປະເທດ. ເຂດເສດຖະກິດພິເສດ ແຂວງຈຳປາສັກ

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າເບີໂທ: 021 450255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.