ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບ ວຽກ​ງານ​ອຳ​ນວຍ​ຄວາມ​ສະ​ດວກ​ທາງ​ດ້ານ​ການ​ຄ້າ ແລະ ຝຶກອົບຮົມການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ແກ່​


ໃນລະຫວ່າງວັນທີ 08 ຫາ 09 ມິຖຸນາ 2022 ທີ່ຫ້ອງປະຊຸມຂອງ ໂຮງແຮມພອຍໄພລິນ ແຂວງໄຊຍະບູລີ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ກັບ ພາກທຸລະກິດ ກ່ຽວກັບ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຝຶກອົບຮົມການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້​​ແກ່ເຈົ້າໜ້າທີ່ຂອງ ພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງໄຊຍະບູລີ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ແລະ ທ່ານ ສອນສະຫວັນ ຈັນທະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 41 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ປຶກສາຫາລືວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຮັບຟັງການເຜີຍແຜ່ຄຳແນະນໍາ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍບາງເນື້ອໃນຂອງຄຳສັ່ງ ເລກທີ 12/ນຍ ວ່າດ້ວຍການອໍານວຍຄວາມສະດວກ ໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປລາວ ເລກທີ 005/ຄອຄສ, ລົງວັນທີ 08 ເມສາ 2022. ພ້ອມກັນນັ້ນ, ກໍ່ເພື່ອສ້າງຄວາມເຊື່ອໝັ້ນ ແລະ ສິ່ງແວດລ້ອມທີ່ເອື້ອຍອໍານວຍໃຫ້ແກ່ການດໍາເນີນທຸລະກິດ ແລະ ການຄ້າ ຢູ່ ແຂວງໄຊຍະບູລີ ທີ່ມີທ່າແຮງຫຼາຍດ້ານໃຫ້ນັບມື້ນັບຫຼາຍຂຶ້ນ ພ້ອມທັງເປັນການຈັດຕັ້ງປະຕິບັດຕາມກອບວຽກຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT) ທີ່ສະໜັບສະໜຸນວຽກງານອໍານວຍຄວາມສະດວກທາງດ້ານການຄ້າທົ່ວປະເທດ. ນອກຈານັ້ນ, ຍັງໄດ້ຮັບຟັງການນໍາສະເໜີຈາກນັກວິທະຍາກອນຜູ້ຕາງໜ້າຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ກ່ຽວກັບເງື່ອນໄຂ ແລະ ມາດຕະຖານ ໃນການອອກໃບຢັ້ງຢືນ (Good Manufacturing Practice: GMP) ຫຼື ການດຳເນີນການຜະລິດທີ່ດີສໍາລັບພືດ ແລະ ໝາກໄມ້ ທີ່ຈະສົ່ງອອກໄປປະເທດໄທ ຊຶ່ງເປັນຫົວຂໍ້ທີ່ຫຼາຍຫົວໜ່ວຍທຸລະກິດສົ່ງອອກສິນຄ້າກະສິກຳຢູ່ຫຼາຍແຂວງຂອງປະເທດລາວໃຫ້ຄວາມສົນໃຈຫຼາຍໃນປະຈຸບັນ.

ພ້ອມດຽວກັນນັ້ນ, ​ຍັງໄດ້ຮຽນຮູ້ ກ່ຽວກັບ ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານທາງລະບົບເອເລັກໂຕນິກ (e-CO), ຊຶ່ງລະບົບ e-CO ຂອງ ລາວ ກໍແມ່ນໜຶ່ງ​​ໃນວຽກງານທີ່ຕິດພັນກັບວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ເປັນຕົ້ນແມ່ນ ການຕັດຂອດຂັ້ນຕອນໃນການປະກອບເອກະສານ, ປະຢັດເວລາ ແລະ ຕົ້ນທຶນໃຫ້ແກ່ຜູ້ປະກອບການຂອງ ລາວ ທີ່ນຳໃຊ້ສິດທິພິເສດທາງການຄ້າ. ຊຶ່ງລະບົບ e-CO ດັ່ງກ່າວ ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງ ກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ປີ 2016 ເປັນຕົ້ນມາ ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງກົມ ຂອ. ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍລະບົບ e-CO ແມ່ນມີຄວາມສະດວກ ແລະ ມີຜົນປະໂຫຍດສູງຕໍ່ກັບຜູ້ປະກອບການເມື່ອທຽບໃສ່ການອອກແບບເຈ້ຍສໍ ເນື່ອງຈາກສາມາດຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ປະຢັດເວລາຫຼາຍຂຶ້ນ, ພ້ອມດຽວກັນກໍ່ຍັງຊ່ວຍຫຼຸດຜ່ອນພາລະຂອງເຈົ້າໜ້າທີ່ອອກຟອມ ແລະ ຮັບປະກັນຄວາມປອດໄພທາງດ້ານຂໍ້ມູນອີກດ້ວຍ. ປະຈຸບັນ, ໄດ້ມີ 12 ຫ້ອງການຈາກທັງໝົດ 40 ຫ້ອງການໃນທົ່ວປະເທດທີ່ໄດ້ນໍາໃຊ້ລະບົບ e-CO ໄດ້ແກ່: ກົມ ຂອ (29 ເມສາ 2016), ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ (01 ຕຸລາ 2020), ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (01 ທັນວາ 2020), ສະຫວັນນະເຂດ (01 ມັງກອນ 2021), ບໍລິຄຳໄຊ (01 ມີນາ 2021), ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (01ກັນຍາ 2021), ພະແນກອຸດສາຫະກຳ ແລະ ການຄ້າແຂວງ​ຄຳ​ມ່ວນ (01 ກຸມ​ພາ  2022), ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ (03​ ​ພຶດສະພາ 2022), ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ (01 ມິຖຸນາ 2022), ສະພະແນກການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ (01 ມິຖຸນາ 2022), ພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງນ້ຳທາ (01 ມິຖຸນາ 2022) ແລະ ສະພະແນກການຄ້າ ແລະ ອຸດສາຫະກຳ ແຂວງຫຼວງນ້ຳທາ (01 ມິຖຸນາ 2022), ອີງຕາມແຜນຂອງກົມ ຂອ ແມ່ນຈະສືບຕໍ່ມອບສິດນໍາໃຊ້ລະບົບ e-CO ໃຫ້ແກ່ຫ້ອງການເຈົ້ານໜ້າທີ່ອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າໃຫ້ໄດ້ຢ່າງໜ້ອຍ 20 ຫ້ອງການພາຍໃນປີ 2022, ຊຶ່ງພະແນກອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງໄຊຍະບູລີ ເລີ່ມນຳໃຊ້ລະບົບດັ່ງກ່າວໃນວັນທີ 01 ກໍລະກົ 2022 ເປັນຕົ້ນໄປ.

ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນເອກະສານທີ່ໃຊ້ຢັ້ງຢືນເພື່ອຂໍຫຼຸດຜ່ອນ ຫຼື ຍົກເວັ້ນອັດຕາພາສີນໍາເຂົ້າສໍາລັບສິນຄ້າທີ່ສົ່ງອອກພາຍໃຕ້ນະໂຍບາຍສິດທິພິເສດທາງການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກ 52 ປະເທດ ແລະ ເຂດແຄວ້ນ ປະກອບມີ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ, ເຂດປົກຄອງພິເສດຮົງກົງ, ສປ ຈີນ ແລະ ຈີນ (ໄຕ້ຫວັນ) ແລະ 09 ປະເທດສະມາຊິກອາຊຽນ. ສິນຄ້າທີ່ໄດ້ແຫຼ່ງກໍາເນີດສິນຄ້າສົ່ງອອກຈາກ ສປປ ລາວໄປບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີນໍາເຂົ້າເກືອບທຸກລາຍການສິນຄ້າ ຫຼື ຫຼາຍກວ່າ 90% ຂອງລາຍການສິນຄ້າທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມ.  ແບບຟອມໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທີ່ນໍາໃຊ້ກັບບັນດາປະເທດທີ່ໃຫ້ສິດທິພິເສດທາງການຄ້າແກ່ ສປປ ລາວ ປະກອບມີ 15 ແບບຟອມໄດ້ແກ່ແບບຟອມ A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບຟອມເຫຼົ່ານີ້ແມ່ນສາມາດຂໍໄດ້ຈາກທັງໝົດ 40 ຫ້ອງການຄື: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ຄະນະຄຸ້ມຄອງເຂດເສດຖະກິດພິເສດນະຄອນຫຼວງວຽງຈັນ ແລະ ສະພາການຄ້າ ແລະ ອຸດສາຫະ ກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ. ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າສາມາດອອກໄດ້ 03 ຮູບແບບຄື: ອອກ ແບບປົກກະຕິ (Manual), ອອກທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງ (Self-Certification). ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 02 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ.

ສຳລັບພາກສ່ວນໃດທີ່ສົນໃຈ ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າເບີໂທ: 021 450 255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.