ກອງປະຊຸມຝຶກອົບຮົມ ກ່ຽວກັບ ວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ໃຫ້ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຫຼວງນໍ້າທາ, ຜູ້ພັດທະນາ ແລະ ບັນດາວິສາຫະກິດພາຍໃນເຂດ ບໍ່ເຕ່ນແດນງາມ ໃນລະຫວ່າງວັນທີ 19 - 25 ພຶດສະພາ 2024 ທີ່ ຫ້ອງການປະຕູດຽວ ຂສພ ບໍ່ເຕ່ນແດນງາມ


ໃນລະຫວ່າງວັນທີ 20 ຫາ 24 ພຶດສະພາ 2024 ທີ່ຫ້ອງປະຊຸມຂອງ ຄະນະຄຸ້ມຄອງ​ເຂດ​ເສດ​ຖະ​ກິດ​ພິ​ເສດແຂວງ​ຫຼວງນໍ້າທາ ​ກົມ​ການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບລະບຽບແຫຼ່ງກໍາເນີດສິນຄ້າ ໃຫ້​​ພະນັກງານປະຈໍາຫ້ອງການຄະ​ນະຄຸ້ມຄອງເຂດເສດຖະກິດພິເສດແຂວງ​ຫຼວງນໍ້າທາ, ຜູ້ພັດທະນາ ແລະ ຜູ້ປະກອບ​ການ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ ຕາມການສະເໜີຂອງພາກສ່ວນດັ່ງກ່າວ. ຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມ   ການຄ້າຕ່າງປະເທດ, ທ່ານ ນາງ ລັດຕະນາ ອິນທະພົນ, ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ສີພອນ ດວງຈຳປາ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 27 ທ່ານ.

          ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການມອບສິດໃຫ້ຫ້ອງ​ການຄະ​ນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ເປັນຫ້ອງການເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໂດຍໄດ້ແນະນຳໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ລະບຽບແຫຼ່ງກຳເນີດສິນຄ້າພາຍ​ໃຕ້ລະບົບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ຂອບສັນຍາການຄ້າເສລີຕ່າງໆ (FTAs) ລວມເຖິງຂັ້ນຕອນການອອກ ແລະ ຄຸ້ມຄອງໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດປະຕິບັດໃຫ້ສອດຄ່ອງກັບລະບຽບການພາຍໃນຂອງ ສປປ ລາວ ແລະ ຂອງຕ່າງປະເທດທີ່ກ່ຽວຂ້ອງ.

ການກະກຽມມອບສິດດັ່ງກ່າວ ແມ່ນເປັນການປະຕິບັດຕາມນະໂຍບາຍທີ່ກ່ຽວຂ້ອງຂອງລັດຖະບານ ໂດຍສະເພາະແມ່ນນະໂຍບາຍການອຳນວຍຄວາມສະດວກທາງດ້ານການຄ້າ ຊຶ່ງມາຮອດປະຈຸບັນ ທາງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການມອບສິດໃຫ້ພາກສ່ວນຕ່າງໆຂອງຂັ້ນທ້ອງຖິ່ນ ເປັນຜູ້ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າແລ້ວຈຳນວນ 40 ຫ້ອງການ ໃນຂອບເຂດທົ່ວປະເທດ ໂດຍປະກອບມີ: ພາກສ່ວນພະແນກອຸດສາຫະກຳ ແລະ ການຄ້າແຂວງ (18 ຫ້ອງການ), ພາກສ່ວນສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ-ແຂວງ (18 ຫ້ອງການ) ແລະ ພາກສ່ວນເຂດເສດຖະກິດພິເສດ (4 ຫ້ອງການ), ຊຶ່ງຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງຫຼວງນໍ້າທາ ຈະເປັນຫ້ອງການທີ 41 ທີ່ໄດ້ຮັບການມອບສິດດັ່ງກ່າວ.

          ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນເອກະສານທີ່ນຳໃຊ້ເພື່ອຂໍຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີນໍາເຂົ້າຈາກບັນດາປະເທດທີ່ໄດ້ໃຫ້ສິດທິພິເສດທາງດ້ານການຄ້າ ແກ່ ສປປ ລາວ ຊຶ່ງມາຮອດປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າ ຈາກ 55 ປະເທດ. ໃນນັ້ນ, ໄດ້ຮັບໃນຂອບຝ່າຍດຽວ ຫຼື GSP ຈຳນວນ 46 ປະເທດ  ແລະ ໃນຂອບທີ່ຕ່າງຝ່າຍຕ່າງໃຫ້ກັນ ຫຼື FTAs ຈຳນວນ 15 ປະເທດ (ມີບາງປະເທດໄດ້ໃຫ້ແບບຝ່າຍດຽວນໍາ). 46 ປະເທດ ທີ່ໄດ້ຮັບແບບຝ່າຍດຽວ ປະກອບມີ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ມົງໂກເລຍ, ສີລັງກາ, ບັງກາລາເດັສ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ, ສປ ຈີນ, ຮົງກົງ ແລະ ຈີນໄຕ້ຫວັນ; 15 ປະເທດ ທີ່ໄດ້ຮັບແບບຕ່າງຝ່າງຕ່າງໃຫ້ກັນ ພາຍໃຕ້ 10 ສະບັບສັນຍາການຄ້າເສລີ (FTAs) ປະກອບມີ: ປະເທດສະມາຊິກອາຊຽນ 09 ປະເທດ, ສປ ຈີນ, ສ.ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ.   

ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໜ່ວຍງານຄຸ້ມຄອງວຽກງານແຫຼ່ງກຳເນີດສິນຄ້າສົ່ງອອກແບບລວມສູນໃນຂອບເຂດທົ່ວປະເທດ. ພາກສ່ວນໃດສົນໃຈກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າສົ່ງອອກ ສາມາດສອບຖາມລາຍລະອຽດ​​​ນໍາກົມການຄ້າຕ່າງປະເທດ ຕາມເບີໂທ: 021 450255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal. gov.la, www.ecolao.gov.la.