ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ


ໃນລະຫວ່າງວັນທີ 21 -22  ເມສາ 2022 ທີ່ຫ້ອງປະຊຸມຂອງພະແນກ​​ອຸດສາຫະກຳ ແລະ ການຄ້າແຂວງສາລະ​ວັນ ໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການນຳໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO, e-Form D) ໃຫ້​​ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າແຂວງ​ສາ​ລະ​ວັນ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງ​. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານ​ຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ​ແລະ ທ່ານ ຄຳ​ຜ່ານ ສີ​ລາ​ວີ ຫົວ​ໜ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ແຂວງ​ສາ​ລະ​ວັນ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 30ທ່ານ.

          ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເຈົ້າໜ້າອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາ​ລະ​ວັນ ແລະ ຜູ້ປະກອບການພາຍໃນແຂວງຈຳນວນໜຶ່ງ ກ່ຽວກັບ ການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອກະເອເລັກໂຕນິກ (e-CO, e-Form D). ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອກະເອເລັກໂຕນິກ (e-CO, e-Form D) ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຈັດຕັ້ງປະຕິບັດສິດທິພິເສດທາງດ້ານການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກທັງໝົດຫຼາຍກວ່າ 50 ປະເທດ, ໃນນັ້ນໄດ້ຮັບໃນຮູບແບບຝ່າຍດຽວ (Gerneralized System of Preferences: GSP) ຈາກ 42 ປະເທດ  ແລະ ໃນຮູບແບບສັນຍາການຄ້າເສລີ: Free Trade Area: FTA. ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າແບບຝ່າຍດຽວຈາກ 42 ປະເທດປະກອບດ້ວຍ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ ແລະ ຈີນ (ໄຕ້ຫວັນ). ສິດທິພິເສດທາງການຄ້າ ພາຍໃຕ້ຂອບສັນຍາການຄ້າເສລີ ມີສັນຍາທັງໝົດຈຳນວນ 10 ສະບັບ ລວມມີ 15 ປະເທດ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ ຄື: ສະມາຊິກອາຊຽນ (ບຼູໄນ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟິລິປິນ, ສິງກະໂປ, ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ), ປະເທດຄູ່ຮ່ວມ ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ. ແບບພິມ (Forms) ທີ່ໄດ້ຮັບສິດທິພິເສດທາງການຄ້າທີ່ ສປປ ລາວ ນໍາໃຊ້ທັງໝົດມີ ຈໍານວນ 15 ຊະນິດ ຄື: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບພິມທີ່ດກ່າວມານັ້ນສາມາດຂໍໄດ້ຈາກທັງໝົດ 39 ຫ້ອງການຄື: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ແລະ ນະຄອນຫຼວງ  ໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ, ຄະນະຄຸ້ມເຂດເສດຖະກິດພິເສດແຂວງສະຫັນນະເຂດ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ. ສໍາລັບທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດີຮັບສິດທິພິເສດ (Certificate of Origin: CO) ທີ່ ສປປ ລາວ ນໍາໃຊ້ໃນປະຈຸບັນນີ້ມີທັງໝົດ 03 ຮູບແບບດ້ວຍກັນຄື: ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification). ໃນນັ້ນການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງປະກອບມີ 02 ແບບຄື: ການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງຜ່ານລະບົບການລົງທະບຽນເປັນຜູ້ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ.

ກົມ ຂອ ມີແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ ມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້ພາຍໃນປີ 2022, ຊຶ່ງພະແນກອຸດສາຫະກຳ ແລະ ການຄ້າແຂວງສາ​ລະ​ວັນ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ພຶດ​ສະ​ພາ 2022. ປະຈຸບັນນີ້, ມີຈຳນວນ 07 ຫ້ອງການທີ່ອອກຜ່ານລະບົບ e-CO ໄດ້ແກ່: ກົມ ຂອ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ (01 ຕຸລາ 2020), ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ (01 ທັນວາ 2020), ສະຫວັນນະເຂດ (01 ມັງກອນ 2021), ບໍລິຄຳໄຊ (01 ມີນາ 2021), ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ (01ກັນຍາ 2021) ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ​ຄຳ​ມ່ວນ (01 ກຸມ​ພາ  2022).

ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າເບີໂທ: 021 450255 ແລະ ສາມາເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.